ຄູ່ຮ່ວມງານ

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ແມ່ນການລິເລີ່ມຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG), ຮ່ວມມື ແລະ ເປັນເຈົ້າພາບຂອງ ອົງການບ້ານຈຸດສຸມສາກົນ (VFI). ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ໄດ້ຮັບການສະໜັບສະໜູນໂດຍ ອົງການຄຸ້ມຄອງທີ່ດິນແຫ່ງລັດລຸ່ມແມ່ນໍ້າຂອງ (MRLG), ເຊິ່ງມີຄວາມຊຳນານ ແລະ ໃຫ້ການຊ່ວຍເຫຼືອຈາກ East-West Management Institute (EWMI).

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແມ່ນກຸ່ມທີ່ລວບລວມເອົາບັນດາອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກເພື່ອໃນການປູກຈິດສໍານຶກ ແລະ ຄວາມເຂົ້າໃຈກ່ຽວກັບຜົນກະທົບ ທາງດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ ແລະ ທີ່ດິນ, ໂດຍຮູບແບບການສັງລວມ, ເຜີຍແຜ່ຂໍ້ມູນຂ່າວສານ, ອຳນວຍຄວາມສະດວກໃນການປຶກສາຫາລື ແລະ ການດຳເນີນການສຶກສາ.  

 

ອົງການບ້ານຈຸດສຸມສາກົນ (VFI) ເປັນອົງການຈັດຕັ້ງສາກົນ ທີ່ດໍາເນີນກິດຈະກຳໃນ ສ ປ ປ ລາວ, ເຊິ່ງມີຄວາມຊ່ຽວຊານທາງດ້ານສິດທີ່ດິນ ແລະ ການຄ້າມະນຸດ. ອົງການບ້ານຈຸດສຸມສາກົນ ມີປະຊົບການອັນຍາວນານ ໃນການສະໜັບສະໜູນສິດທີ່ດິນ ແລະ ເນັ້ນໜັກການເພີ່ມຂີດຄວາມສາມາດ ໃຫ້ແກ່ບັນດາຜູ້ນໍາທ້ອງຖິ່ນ ໃນການປ່ຽນແປງທາງສັງຄົມ  ແລະ ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ເອງກໍ່ຢູ່ພາຍໃຕ້ອົງການບ້ານຈຸດສຸມສາກົນ.

 

ອົງການຄຸ້ມຄອງທີ່ດິນແຫ່ງລັດລຸ່ມແມ່ນໍ້າຂອງ (MRLG) ແມ່ນໂຄງການໜຶ່ງໃນ ສ ປ ປ ລາວ ນອກຈາກນີ້ຍັງມີຢູ່ປະເທດກຳປູເຈຍ, ຫວຽດນາມ ແລະ ມຽນມ້າ.  MRLG ມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງທາງດ້ານສິດທີ່ດິນ ແລະ ສິດນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ແກ່ຊາວກະສິກອນ ແລະ ຊຸມຊົນໃນທົ່ວພາກພື້ນ ໂດຍຜ່ານໂຄງການຊ່ວຍເຫຼືອຕ່າງໆ ທີ່ຈັດຕັ້ງປະຕິບັດໂດຍອົງການຈັດຕັ້ງທ້ອງຖິ່ນ ແລະ ໃຫ້ການສະໜັບສະໜູນ ແລະ ສ້າງຄວາມສາມາດໃນພື້ນທີ່.
 

The Open Development Initiative (ODI) ແມ່ນໂຄງການທີ່ດໍາເນີນໂດຍ ສະຖາບັນ East-West Management Institute, Inc. ໃນການເຮັດວຽກເພື່ອເພີ່ມຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນ ແລະ ຊັບພະຍາກອນທີ່ສໍາຄັນ ໃນການພັດທະນາຂອງພາກພື້ນແມ່ນໍ້າຂອງ. ODI ໃຫ້ການຊ່ວຍເຫຼືອໃນການສ້າງຕັ້ງ ແລະ ຄຸ້ມຄອງຖານຂໍ້ມູນອອນລາຍ ຂອງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ເພື່ອເສີມຂະຫຍາຍການເຄື່ອນໄຫວຂອງຂໍ້ມູນທີ່ທຸກຄົນສາມາດເຂົ້າເຖິງໄດ້ໃນສປປລາວ ແລະ ໃນພາກພື້ນ.

Coming Soon