ເປັນຫຍັງຕ້ອງກ່ຽວກັບທີ່ດິນ?

ທີ່ດິນ ແມ່ນມີຄວາມສໍາຄັນຫຼາຍຕໍ່ການດໍາລົງຊີວິດ ຂອງປະຊາຊົນໃນ ສປປລາວ.  ປະຊາກອນຫຼາຍກວ່າ 70 ເປິເຊັນ ແມ່ນອາໄສຢູ່ໃນເຂດຊົນນະບົດ ແລະ ເກືອບ 80 ເປີເຊັນ ແມ່ນທໍາມາຫາກິນໂດຍການ ເຮັດກະສິກຳ, ດັ່ງນັ້ນ ຈຶ່ງເຫັນວ່າ ສິດທີ່ດິນ ແມ່ນມີຄວາມຈຳເປັນຢ່າງຍິ່ງ ຕໍ່ການດໍາລົງຊີວິດທີ່ໝັ້ນ ຄົງ ແລະ ມີປະສິດທິຜົນ. ແຕ່ໜ້າເສຍດາຍ ທີ່ການຂາດຄວາມໝັ້ນຄົງໃນການຄອບຄອງທີ່ດິນໃນສປປລາວ ສະແດງໃຫ້ເຫັນວ່າຊາວບ້ານບໍ່ໄດ້ຮັບຄວາມເຊື່ອໝັ້ນວ່າ ທີ່ດິນຂອງເຂົາເຈົ້າໄດ້ຮັບການຄຸ້ມຄອງ.

ການບັງຄັບນໍາໃຊ້ກົດໝາຍ ແລະ ຄວາມຮູ້ກ່ຽວກັບກົດໝາຍທີ່ໜ້ອຍລວມທັງການອອກໃບຕາດິນທີ່ ໜ້ອຍເຮັດໃຫ້ປະຊາຊົນຜູ້ທີ່ບໍ່ມີໃບຕາດິນ ມີຄວາມສ່ຽງຕໍ່ການຖືກເອົາປຽບໂດຍນັກລົງທຶນ ແລະ ບຸກຄົນພາຍນອກ.  ເມື່ອປະຊາຊົນສູນເສຍທີ່ດິນຂອງ ພວກເຂົາ, ພວກເຂົາກໍ່ຈະສູນເສຍການແຫຼ່ງ ສະບຽງອາຫານ ແລະ ແຫຼ່ງລາຍຮັບຂອງເຂົາເຈົ້າ, ເຊິ່ງກໍໝາຍເຖິງການສູນເສຍ ຊິວິດການເປັນຢູ່ ຂອງພວກເຂົາ. 

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນມີເປົ້າໝາຍເພື່ອສ້າງຈິດສໍານຶກກ່ຽວກັບ ບັນຫາດັ່ງກ່າວ ໃນສປປລາວ ໂດຍການເຜີຍແຜ່ຂໍ້ມູນຂ່າວສານ ໂດຍຜ່ານບົດລາຍງານ, ຄູ່ມື, ຄູ່ມືກົດໝາຍ, ຊຸດເຄື່ອງມືປະກອບການຝຶກອົບຮົມ ແລະ ເຄື່ອງມືອື່ນໆ. ເປົ້າໝາຍຂອງພວກເຮົາ ແມ່ນເພື່ອເຊື່ອມຕໍ່ອົງການຕ່າງໆ, ອົງການລັດຖະບານ, ສະຖາບັນຫານສຶກສາ ແລະ ພາກສ່ວນຕ່າງໆ ເພື່ອຊຸກຍູ້ການປຶກສາຫາລືກ່ຽວກັບສິດທີ່ດິນໃນສປປລາວ ແລະ ປົກປ້ອງການນໍາໃຊ້ທີ່ດິນຂອງ ປະຊາຊົນ. 

ທີ່ດິນ ເປັນກຸນແຈສໍາຄັນຕໍ່ການພັດທະນາໃນຫຼາຍໆດ້ານຂອງສປປລາວ ເຊັ່ນ ກະສິກໍາ, ການຄໍ້າປະກັນ ສະບຽງອາຫານ, ໂພຊະນາການ, ການສ້າງລາຍຮັບ,​ ແລະ ເສດຖະກິດ. ການສ້າງຈິດສໍໍານຶກກ່ຽວກັບບັນຫາ ທີ່ດິນມີບົດບາດທີ່ສຳຄັນໃນການຮັບປະກັນວ່າ ປະຊາຊົນຜູ້ທີ່ມີຄວາມສ່ຽງໃນທົ່ວປະເທດໄດ້ຮັບ ການປົກປ້ອງ ແລະ ເຄົາລົບສິດທິ ຂອງເຂົາເຈົ້າ.