ຍິນດີຕ້ອນຮັບທ່ານເຂົ້າສູ່ LILC

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ຫຼື LILC ແມ່ນພື້ນທີ່ສຳລັບການຮ່ວມມື ແລະ ແລກປ່ຽນ ເພື່ອຮຽນຮູ້ກ່ຽວກັບບັນຫາຂອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃນສປປລາວ ແລະ ຜົນກະທົບຂອງບັນຫາດັ່ງກ່າວຕໍ່ຊຸມຊົນທ້ອງຖິ່ນ. ສູນດັ່ງກ່າວ ແມ່ນໄດ້ລິເລີ່ມໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ເຊິ່ງຈັດຂຶ້ນໂດຍ ອົງການບ້ານຈຸດສຸມສາກົນ (VFI) ແລະ ພາຍໃຕ້ການສະໜັບສະໜູນຈາກ ອົງການຄຸ້ມຄອງທີ່ດິນແຫ່ງລັດລຸ່ມແມ່ນໍ້າຂອງ (MRLG) ແລະ Open Development Initiative.

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ລວບລວມເອົາຂໍ້ມູນຂ່າວສານທີ່ຫຼາກຫຼາຍ ເພື່ອໃຫ້ອົງການຈັດຕັ້ງທາງສັງຄົມ, ນັກສຶກສາ, ລັດຖະບານ ແລະ ເອກະຊົນ ສາມາດເຂົ້າເຖິງໄດ້. ນອກຈາກນີ້, ສູນດັ່ງກ່າວ ຍັງເປັນພື້ນທີ່ສຳລັບເຮັດວຽກ ແລະ ຄົ້ນຄວ້າ ຫຼື ເປັນສະຖານທີ່ເພື່ອຈັດງານຕ່າງໆ ເພື່ອປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ທ່ານສາມາດຄົ້ນຫາເພີ່ມເຕີມກ່ຽວກັບສູນຂອງພວກເຮົາໂດຍໄປທີ່ ແຫຼ່ງຂໍ້ມູນຂອງພວກເຮົາ ຫຼື ເບິ່ງກິດຈະກຳຕ່າງໆ ທີ່ຈະເກີດຂື້ນທີ່ສູນຂອງພວກເຮົາ.