ກ່ຽວກັບສູນ LILC

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ແມ່ນເກີດຈາກ ສູນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ເຊິ່ງມີຫ້ອງການຕັ້ງຢູ່ ອົງການບ້ານຈຸດສຸມສາກົນ (VFI) ມາໄດ້ 9 ປີ ແລະ ໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບທີ່ດິນ ເພື່ອໃຫ້ທຸກພາກສ່ວນສາມາດເຂົ້າເຖິງໄດ້.

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ເປັນສູນຮຸ່ນຕໍ່ໄປຂອງ ສູນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພາຍໃຕ້ການຮ່ວມມືຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການບ້ານຈຸດສຸມສາກົນ (VFI) ເຊິ່ງເນັ້ນໜັກໃສ່ການຮ່ວມມືລະຫວ່າງ ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນການເຮັດວຽກກ່ຽວກັບບັນຫາທີ່ດິນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມຮູ້, ແລະ ຊຸກຍູ້ການປຶກສາຫາລື ກ່ຽວກັບທີ່ດິນໃນ ສປປລາວ.

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ໄດ້ຮວບຮວມເອກະສານຕ່າງໆທີ່ກ່ຽວຂ້ອງ ກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ ເປັນຮ້ອຍໆສະບັບ ແລະ ມີຂໍ້ມູນອອນລາຍຫຼາຍກວ່າ 60 ແຫຼ່ງ ຈາກຖານຂໍ້ມູນທາງອິນເຕີເນັດ ເຊິ່ງມີການເພີ່ມຂໍ້ມູນໃໝ່ໆເຂົ້າຢ່າງຕໍ່ເນື່ອງ. (ເບິ່ງເອກະສານອອນລາຍຢູ່ບ່ອນນີ້.) ຂໍ້ມູນຂ່າວສານດັ່ງກ່າວ ແມ່ນເພື່ອທຸກຄົນສາມາດນຳໃຊ້ ໂດຍມີຈຸດປະສົງເພື່ອ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສິດທີ່ດິນ ໃນສປປລາວ ແລະ ເພື່ອໃຫ້ທຸກຄົນມີສ່ວນຮ່ວມໃນການຄຸ້ມຄອງທີ່ດິນຂອງປະຊາຊົນ.

ນອກຈາກນັ້ນ, ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ຍັງໄດ້ມີການຈັດງານຕ່າງໆ ເພື່ອສົ່ງເສີມການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືຂອງພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈາກຂະແໜງທີ່ດິນໃນສປປລາວ. ເຊິ່ງງານເຫຼົ່ານີ້ ແມ່ນໄດ້ກວມເອົາຫົວຂໍ້ທີ່ຫຼາກຫຼາຍ ແລະ ໂດຍທົ່ວໄປແມ່ນທຸກຄົນສາມາດເຂົ້າຮ່ວມໄດ້. ເພື່ອເບິ່ງລາຍລະອຽດຂອງກິດຈະກຳຕ່າງໆທີ່ຈະເກີດຂຶ້ນ, ກະລຸນາເຂົ້າໄປທີ່ປະຕິທິນ.
ຖ້າຫາກວ່າອົງການຂອງທ່ານມີຄວາມຄິດທີ່ຈະຈັດງານໃດໜຶ່ງ, ສາມາດພົວພັນຫາພວກເຮົາໄດ້ເລີຍ.