ໃນວັນທີ 19 ທັນວາ, ທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນໄດ້ຈັດງານນໍາ
ສະເໜີປະຕິທິນປະຈຳປີຂອງກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນເຊິ່ງໄດ້ແຈກຢາຍໃຫ້ຊາວບ້ານຫຼາຍພັນຄົນໃນ
ທົ່ວປະເທດ ເພື່ອເປັນການໃຫ້ຄວາມຮູ້ກ່ຽວກັບສິດທີ່ດິນ ແລະ ບັນຫາທີ່ດິນ. ໃນງານມີຜູ້ເຂົ້າຮ່ວມຈາກ
ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ລັດຖະບານ ທັງໝົດຫຼາຍກວ່າ 50 ຄົນ.
ສະມາຊິກກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນ ໄດ້ມີການສັ່ງພິມປະຕິທິນຈຳນວນເກືອບ 3,000 ອັນ ເພື່ອ
ຈະແຈກຢາຍ ແລະ ຍັງມີການສັ່ງພິມເພີ່ມອີກຕະຫຼອດປີ. ທາງສູນຂ່າວສານເພື່ອການຮຽນຮູ້ ແລະ
ແລກປ່ຽນກ່ຽວກັບທີ່ດິນ ກໍ່ໄດ້ສັ່ງພິມປະຕິທິນຈຳນວນ 100ສະບັບເພື່ອແຈກຢາຍໃຫ້ຄູ່ຮ່ວມງານ ແລະ
ກຸ່ມເປົ້າໝາຍຕ່າງໆໃນທົ່ວປະເທດ.

Previews of calendar pages for the 2018 LIWG calendar

Mr. Soulinda introduces the 2018 calendar at the launch event, held at the LILC.

ປະຕິທິນຂອງກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນໄດ້ຜະລິດຂື້ນທຸກໆປິໃນ
ໄລຍະ 9 ປີທີ່ຜ່ານມາ ເພື່ອສະໜອງຂໍ້ມູນທາງດ້ານກົດໝາຍແກ່ປະຊາຊົນທີ່ເຂົ້າເຖິງແຫຼ່ງຂໍ້ມູນ
ໄດ້ຍາກໃຫ້ມີຄວາມຮູ້ກ່ຽວກັບສິດຂອງພວກເຂົາກ່ຽວກັບທີ່ດິນ. ປະຕິທິນດັ່ງກ່າວ ໄດ້ຮັບການ
ພັດທະນາ ແລະແຈກຢາຍ ໂດຍກຸ່ມປະຊາສັງຄົມ ແລະ ອົງການລັດຖະບານຫຼາຍແຫ່ງ ທີ່ເຮັດວຽກ
ໃນສປປລາວ ແລະ ໄດ້ສະແດງໃຫ້ເຫັນວ່າເປັນວິທີໃໝ່ທີ່ມີປະໂຫຍດ ແລະ ມີປະສິດທິພາບໃນການ
ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄວາມຍຸດຕິທຳ ນອກເໜືອຈາກໃນນະຄອນຫຼວງວຽງຈັນ.

Responses

Your email address will not be published. Required fields are marked *

+

  1. SDW

    Good job ເຫັນວ່າເປັນອີກວິທີການໜຶ່ງທີ່ດີໃນການສົ່ງເສີມຊາວບ້ານ ຫຼື ກຸ່ມເປົ້າໝາຍໃຫ້ເຂົ້າເຖິງແຫຼ່ງຂໍ້ມູນກໍ່ຄືບັນດາກົດໝາຍ ແລະ ສິດການນຳໃຊ້ທີ່ດິນໄດ້ຢ່າງມີປະສິດທິພາບ