ໃນຕອນເຊົ້າຂອງວັນທີ 30.1.2018 ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນໄດ້ຈັດ
ງານນຳສະເໜີຊຸດເຄື່ອງມືປະກອບການຝຶກອົບຮົມເລື່ອງທີ່ດິນໂດຍການຮ່ວມມືລະຫວ່າງສູນຂ່າວສານເພື່ອ
ການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີດິນ ແລະ ໂຄງການ ສົ່ງເສີມການຮຽນຮູ້ກ່ຽວກັບທີດິນເພື່ອເພີ່ມ
ຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງມີຈຸດປະສົງເພື່ອນຳສະເໜີຊຸດເຄື່ອງມືປະກອບການຝຶກອົບ
ຮົມເລື່ອງທີ່ດິນ
ໃຫ້ແກ່ອົງການຈັດຕັ້ງທາງສັງຄົມ ແລະ ສືບຕໍ່ໃນການພັດທະນາເຄື່ອງມື ແລະ ວິທີການ
ໃນການຝຶກອົບຮົມແບບ ການຝຶກອົບຮົມທີ່ມີສີສັນ, ມີຄວາມໝາຍ, ມີຄວາມຫຼາກຫຼາຍ ແລະ ສາມາດ
ນຳໃຊ້ໃຫ້ເຂົ້າໃຈໄດ້ງ່າຍໃນຫົວຂໍ້ທີ່ຫຼາຍຄົນຄິດວ່າຍາກ ແລະ ມີຄວາມລະອຽດອ່ອນໂດຍສະເພາະແມ່ນ
ເລື່ອງທີ່ດິນ ເຊິ່ງພາຍໃນງານຈະມີການຫຼິ້ນເກມທີ່ເຊື່ອມໂຍງເຖິງບັນຫາຂອງທີ່ດິນ ແລະ ມີການເລາະ
ເບິ່ງງານວາງສະແດງຮູບພາບຂອງເກມ ແລະ ວີດີໂອເກມ ທີ່ຊື່ຄວາມໝາຍເຖິງບັນຫາຂອງເລື່ອງທີ່ດິນ
ເປັນເຄື່ອງມືໃນການສື່ສານສົນທະນາ ເຊິ່ງໃນງານດັ່ງກ່າວມີຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມ,
ອົງການສາກົນແລະ ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ ລວມທັງໝົດ 40 ກວ່າຄົນ.

Responses

Your email address will not be published. Required fields are marked *

+