ໃນວັນທີ 5 ເມສາ 2018 ເວລາ 8:00-12:00 ສູນຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດີນ ໄດ້ຈັດກິດຈະກຳລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວກ່ຽວກັບທີດິນທີ່ມະຫາວິທະຍາໄລແຫ່ງຊາດລວມມີ 3 ຄະນະຄື: ຄະນະວິທະຍາສາດສັງຄົມ,ຄະນະສິ່ງແວດລ້ອມ ແລະ ຄະນະວິທະຍາສາດປ່າໄມ້ ໃນນັ້ນມີຜູ້ເຂົ້າຮ່ວມທັງໝົດ 160 ຄົນ ລວມທັງອາຈານ ແຕ່ລະຄະນະ ແລະ ນັກສືກສາ.
ການລົງເຜີຍແຜ່ຂໍ້ມູນໃນຄັ້ງນີ້ເພື່ອຂະຫຍາຍຕາໜ່າງການເຂົ້າເຖີງຂໍ້ມູນຂ່າວສານທາງດ້ານທີ່ດີນ,ປ່າໄມ້,ກົດໝາຍ,ນິຕິກຳ ບົດວິໃຈ ແລະ ນະໂຍບາຍຕ່າງໆ  ຜ່ານຖານຂໍ້ມູນລະບົບ(Online) ນອກຈາກນັ້ນແລ້ວທາງສູນຍັງມີກິດຈະກໍາຫຼີ້ນເກນ, ການຖາມ-ຕອບ ແລະ  ແລກປ່ຽນຄວາມຄິດເຫັນ ພ້ອມມອບຂອງຂ້ວນໃຫ້ ອາຈານ, ນັກສຶກສາ ແລະ ແຈກຢາຍເອກະສານ, ໃນການເຜີຍແຜ່ຂໍ້ມູນຄັ້ງນີ້ເຫັນໄດ້ວ່າ ນັກສຶກສາມີຄວາມກະຕືລືລົ້ນ ແລະ ເຂົ້າໃຈໃນການເຂົ້າເຖິງຂໍມູນຫຼາຍຂື້ນ, 

Responses

Your email address will not be published. Required fields are marked *

+