ໃນວັນສຸກວັນທີ 30 ມີນາ ເວລາ 8:00-12:00 ທາງສູນຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນ
ກ່ຽວກັບທີ່ດີນ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບທີດິນຢູ່ວິທະຍາໄລເຕັກນິກຊັບພະວິຊາໃນນັ້ນ
ມີຜູ້ເຂົ້າຮ່ວມ ທັງໝົດ 80 ຄົນມີນັກສືກສາ ແລະ ຄູອາຈານແຕ່ລະພາກເຂົ້າຮ່ວມ.ໃນການລົງເຜີຍແຜ່ ຂໍ້ມູນຄັ້ງນີ້ເພື່ອຂະຫຍາຍຕາໜ່າງການເຂົ້າເຖີງຂໍ້ມູນຂ່າວສານຕາມສະຖາບັນການສືກສາທີ່ກ່ຽວຂ້ອງ ເພື່ອຢາກໃຫ້ບັນດານ້ອງໆນັກສືກສາໄດ້ຮັບຮູ້ເຖີງຂໍ້ມູນ ແລະ ສາມາດເຂົ້າມາສືກສາ ຂໍ້ມູນຕ່າງໆໃນສູນ
ຂອງພວກເຮົາໄດ້.

ນອກຈາກນັ້ນແລ້ວຍັງມີບູດເອກະສານ ທີ່ເປັນຂໍ້ມູນທາງດ້ານທີ່ດີນ,ປ່າໄມ້,ກົດໝາຍ,ນິຕິກຳ ແລະ ນະໂຍບາຍຕ່າງໆເພື່ອແຈກຍ້າຍໃຫ້ກັັບນັກສຶກສາ.ພາຍໃນຫຍັງມີກິດຈະກຳໄດ້ມີ ການນຳ
ສະເໜີພາບລວມຂອງສູນ ແລະ ເຜີຍແຜ່ກ່ຽວກັບການເຂົ້າເຖີງແຫຼລງຂໍ້ມູນ ເພື່ອໃຫ້ນັກຮຽນ
ສາມາດເຂົ້າມານຳໃຊ້ໂດຍສະເພາະແມ່ນການ ເຂົ້າເຖີງຂໍ້ມູນຂ່າວສານຜ່ານລະບົບ(Online) ແລະ
ຫ້ອງສະໝຸດຂອງສູນ, ຈາກນັ້ນທາງທີມງານສູນໄດ້ມີ ການຫລີ້ນເກມທີ່ເຊື່ອມໂຍງກັບບັນຫາຂອງ
ທີ່ດີນ,ມີການຖາມ-ຕອບ ແລກປ່ຽນບົດຮຽນ ເຫັນໄດ້ວ່ານັກສຶກສາມີຄວາມເຂົ້າໃຈ ແລະ ເຂົ້າເຖິງ
ຂໍ້ມູນຫຼາຍຂື້ນ

Responses

Your email address will not be published. Required fields are marked *

+