ໃນວັນທີ່ 4-5-6/6/2018 ທີ່ຜ່ານມາທາງສູນຮຽນຮູ້ກ່ຽວກັບທີ່ດິນ(LILC)ໄດ້ຮ່ວມງານກັບໂຄງການ DDLLY ລົງໂຄສະນາປື້ມອ່ານເສີມກ່ຽວກັບກົດໝາຍ, ໃນນັ້ນທາງສູນຂໍ້ມູນໄດ້ລົງເປີດບູດເອກະສານກ່ຽວກັບທີ່ດິນ,ກົດໝາຍ,ປ່າໄມ້ ແລະ ສິ່ງແວດລ້ອມ ຢູ່ 4 ໂຮງຮຽນຄື: ມສ ນາຂ່າ, ມສ ປາກຕອນ, ມສ ສີມມະໂນ ແລະ ມສ ນາຊອນ, ຜູ້ເຂົ້າຮ່ວມທັງໝົດ 595 ຄົນ,ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ:ຕາງໜ້າຄູອາຈານ ແລະ ນັກຮຽນ.
ນອກຈາກນັ້ນຍັງມີຜູ້ໃຫ້ທຶນ MRLG ມາຮ່ວມງານ ແລະ ຄູ່ຮ່ວມງານແຕ່ລະພາກສ່ວນເຂົ້າຮ່ວມເຊັ່ນ: LIWG , ກົມກົດໝາຍ,ກົມສົ່ງເສີມກົມຄຸ້ມ
ຄອງ ແລະ ພັດທະນາທີ່ດິນກະສິກຳ,ກົມທີດິນ,ກົມສາມັນສືກສາ, ສະມາຄົມພັດທະນາສັງຄົມ,ສະມາຄົມພັດທະນາຊຸມຊົນສີຂຽວ,ເພື່ອເຜີຍແຜ່ປື້ມອ່ານເສີມກ່ຽວກັບທີ່ດິນ ແລະ ພາບລວມຂອງສູນ, ໃຫ້ແກ່ຄູອາຈານ ແລະ ນັກຮຽນ ໃຫ້ເຂົ້າໃນການເຂົ້າເຖິງຂໍ້ມູນ ແລະ ຂັ້ນຕອນແກ້ໄຂບັນທີ່ສໍາຄັນແມ່ນເຂົ້າໃຈກົດໜາຍຫຼາຍຂື້ນ,ຫຼັງຈາກນັ້ນທາງທີມງານສູນ ແລະ ທີມງານ DDLLY ໄດ້ມີການມອບຂອງຂ້ວນໃຫ້ແກ່ອາຈານ ແລະ ແຈກຢາຍເອກະສານໃຫ້ຜູ່ເຂົ້າຮ່ວມ, ຈາກນັ້ນທາງທີມງານໄດ້ມີການຫຼີ້ນເກມ ມີການຖາມ-ຕອບ ເຫັນໄດ້ວ່າບັນດາແຂກເຂົ້າຮ່ວມໃຫ້ຄວາມສົນໃຈຫຼາຍໃນການລົງເຜີຍແຜ່ຄັ້ງນີ້.

 

Responses

Your email address will not be published. Required fields are marked *

+