ງານເປີດສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດີນ ໃນວັນທີ 4 ພຶດສະພາ 2018
ສູນຂໍ້ມູນຂ່າວສານເປັນໂຄງການໜື່ງທີ່ນອນໃນພາຍໃຕ້ອົງການບ້ານຈຸດສຸມສາກົນ VFI ທີ່ສະໜອງ
ຂໍ້ມູນຂ່າວສານດ້ານທີ່ດີນ ແລະ ເປັນຫໍສະໜຸດທີ່ຮວບຮວມເອົາຂໍ້ມູນເອກະສານທີ່ກ່ຽວກັບທີ່ດີນ,
ປ່າໄມ້,ກົດໝາຍ,ນິຕິກຳ ,ນະໂຍບາຍ ແລະ ອຸປະກອນສືສີງພີມຕ່າງໆ, ເປິດເວທີ່ສົນທະນາແລກປ່ຽນ
ຄວາມຮູ້ດ້ານທີ່ດີນ ແລະ ຊັບພະຍາກອນທຳມະຊາດ ລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ
ຄູ່ຮ່ວມພັດທະນາ ພາກລັດ, ນັກສືກສາ,ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆ, ເພື່ອໃຫ້ສາມາດ
ເຂົ້າເຖີງຂໍ້ມູນເປັນການສົ່ງເສີມການມີສ່ວນຮ່ວມ, ພ້ອມທັງອຳນວຍຄວາມສະດວກທາງດ້ານພື້ນທີ່
ເປັນສູນຮຽນຮູ້ລະບົບຂໍ້ມູນຂ່າວສານອອນລາຍ ທັງພາສາລາວ ແລະ ພາສາອັງກິດ,
 ພິທີເປີດສູນດັ່ງກ່າວໄດ້ຈັດຂື້ນ ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ບ້ານໂພນສະຫວັນໃຕ້
ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໄດ້ປິດພິທິ ເວລາ 12:00 

Responses

Your email address will not be published. Required fields are marked *

+