ໃນວັນສຸກທີ 25 ພຶດສະພາ 2018 ທີ່ຜ່ານມາທາງສູນຮຽນຮູ້ກ່ຽວກັບທີ່ດິນ (LILC)
ໄດ້ຈັດກິດຈະກຳຂື້ນພາຍໃນສູນທີ່ອົງການບ້ານຈຸດສຸມສາກົນ, ບ້ານໂພນສະຫວັນໃຕ້,
ນະຄອນຫຼວງວຽງຈັນ.ມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ,ຍິງ 20 ຄົນ, ເຊິ່ງມາຈາກຫຼາຍພາກສ່ວນ
ເຊັ່ນ:ຕາງໜ້າອຈ ແລະ ນັກຮຽນ ຂອງຄະນະວິທະຍາສາດສິ່ງເເວດລ້ອມ, ຄະນະວິທະຍາສາດສັງຄົມ,
ຄະນະວິທະຍາສາດປ່າໄມ້, ຄະນະນິຕິສາດ ແລະ ລັດຖະສາດ, ວິທະຍາໄລເຕັກນິກສັບພະວິຊາ,
ອົງການຈັດຕັ້ງທາງສັງຄົມ, INGOs ຕ່າງໆ ແລະ ຍັງມີນ້ອງໆນັກຮຽນນັກສຶກສາຈາກຫຼາຍພາກສ່ວນເຂົ້າຮ່ວມນຳ,ນອກຈາກນີ້ຍັງແຂກຮັບເຊີນອິກ3ທ່ານເຂົ້າຮ່ວມແຊຮປະສົບການຄື:
1. ທ່ານ ອູອີ້ ກິດຕິຄຸນ(Team Leader ຢູ່ອົງການ CUSO Internationa),
2. ທ່ານ ນາງ ນຸດມີລາພົມວົງໄຊ(ເປັນຜູ້ຊ່ວຍຈັດການພື້ນທີ່ໃນຫ້ອງການ Stella),
3. ທ່ານ ນາງ ພະນິດາ ໄຊຍະວົງ(ແອດມີນ ເພຈ ຢາກເເຕ້ມ ແລະ ຢາກເວົ້າ)
ຈຸດປະສົງດັ່ງກ່າວເພື່ອເເລກປ່ຽນຜົນປະໂຫຍດຂອງການເປັນອາສາສະໝັກຕໍ່ນັກຮຽນນັກສຶກສາ,
ເພື່ອໂຄສະນາສູນໃຫ້ກາຍເປັນສູນທີ່ປອດໄພ,ເປີດໂອກາດໃຫ້ນັກສຶກສາເຂົ້າເຖິງ ແລະ ນໍາໃຊ້ສູນເພື່ອຂະຫຍາຍກຸ່ມສະມາຊິກ ແລະ ອາສະໝັກຂອງສູນ.

Responses

Your email address will not be published. Required fields are marked *

+