• ໃນວັນຈັນທີ 23 ກໍລະກົດ 2018 ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ(LILC)ໄດ້ຈັດກິດຈະກຳຂື້ນ
    ພາຍໃນສູນ, ພາຍໃຕ້ຫົວຂໍ້ ງານກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນການປົກປັກຮັກສາສິ່ງແວດລ້ອມແລະການບໍລິການຈັດການ
    ຊັບພະຍາກອນທຳມະຊາດ.ທີ່ອົງການບ້ານຈຸດສຸມສາກົນ(VFI),ບ້ານໂພນສະຫວັນໃຕ້,ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມທັງໝົດ 59 ຄົນ,ຍິງ 26 ຄົນ,ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ:ຕາງໜ້າ ອ.ຈ ສູນພັດທະນາຊົນນະບົດ(RDA) ແລະ ນັກຮຽນທີ່ມາຈາກຕ່າງແຂວງ,MIND MEDIA, ອົງການຈັດຕັ້ງທາງສັງຄົມ INGOS, SEED,ພາກລັດ,ກົມທີ່ດິນ,ກົມປ່າໄມ້ຕ່າງໆ, ນອກຈາກນີ້ຍັງມີນ້ອງໆນັກຮຽນສືກສາຈາກຫຼາຍພາກສ່ວນເຂົ້າຮ່ວມ. ຈຸດປະສົງດັ່ງກ່າວເພື່ອແລກປ່ຽນວິທີຄິດການເປັນຜູ້ນຳ ແລະ ການອານຸຮັກສິ່ງແວດລ້ອມ,ໂຄສະນາສູນໃຫ້ກາຍເປັນສູນທີ່ປອດໄພ ແລະ ເປີດໂອກາດໃຫ້ນັກສືກສາເຂົ້າເຖີງ ແລະ ນໍາໃຊ້ສູນເພື່ອຂະຫຍາຍກຸ່ມສະມາຊິກ ແລະ ອາສາສະໝັກຂອງສູນ,ແລກປ່ຽນຜົນປະໂຫຍດແລະວິທີແນວຄວາມຄິດຂອງການເປັນອາສາສະໝັກຕໍ່ນັກຮຽນນັກສືກສາທີ່ມາຈາກຕ່າງແຂວງ. ໂດຍລວມແລ້ວເຊີ່ງກິດຈະກຳດັ່ງກ່າວໄດ້ມີການຈັດແບ່ງກຸ່ມອອກເປັນ3ກຸ່ມເພື່ອເປັນການແລກປ່ຽນບົດຮຽນເຊີ່ງກັນແລະກັນໃນການອານຸລັກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.ກິດຈະກຳນີ້ເປັນອິກກິດຈະກຳໜື່ງທີ່ທາງສູນ LILC ຈັດຂື້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມທີ່ມາຈາກຫຼາຍ ພາກສ່ວນໂດຍສະເພາະແມ່ນນັກຮຽນນັກສືກສາໄດ້ແລກປ່ຽນຄວາມຄິດເຫັນເພື່ອຮຽນຮູ້ເຊີ່ງກັນແລະກັນກ່ຽວກັບການອານຸລັກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມນອກຈາກນີ້ຍັງໄດ້ເພີ່ມທັກສະຄວາມຮູ້ຄວາມສາມາດໃຫ້ກັຕົນເອງ.ຜູ້ເຂົ້າຮ່ວມແລະຍັງໄດ້ຊວ່ຍເຫຼືອສັງຄົມອິກດ້ວຍ.

Responses

Your email address will not be published. Required fields are marked *

+