ໃນວັນອັງຄານທີ 28 ສິງຫາ 2018 ທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ໄດ້ຈັດກິດຈະກຳຂື້ນພາຍໃນສູນ, ພາຍໃຕ້ຫົວຂໍ້ ງານແລກປ່ຽນກ່ຽວກັບບົດບາດແມ່ຍິງໃນຂົງເຂດກະສິກຳທີ່ອົງການບ້ານຈຸດສຸມສາກົນ(VFI) ເຊິ່ງຈັດໂດຍສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ທີ່ບ້ານໂພນສະຫວັນໃຕ້,ນະຄອນຫຼວງວຽງຈັນ.
ໃນງານດັ່ງກ່າວທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ໄດ້ເຊີນວິທະຍາກອນມາເຂົ້າຮ່ວມບັນຍາຍ 2 ທ່ານ ຄື: ທ່ານ ນາງ ສີສົມເພັດ ສຸວັນທະລິສິດ ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ລັກກຸນາ ສີສະເຫຼີມສັກ ຕາງໜ້າ HELVETAS LAOS ເປັນຜູ້ບັນຍາຍໃນຫົວຂໍ້ ງານແລກປ່ຽນກ່ຽວກັບບົດບາດແມ່ຍິງໃນຂົງເຂດກະສິກຳ.ໃນງານຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 47 ຄົນ,ຍິງ 35 ຄົນມາຈາກຫລາຍພາກສ່ວນເຊັ່ນ: ອົງການຈັດຕັ້ງທາງສັງຄົມ,ພາກລັດ,ສະຖາບັນການສືກສາ ແລະ ບຸກຄົນທົ່ວໄປເຂົ້າຮວ່ມສົນທະນາແລະແລກປ່ຽນກັນແບບກົງໄປກົງມາໂດຍຍົກເອົາ2ຫົວຂໍ້ຫຼັກຂື້ນມາແລກປ່ຽນສົນທະນາກັນຄື:
ຫົວຂໍ້ທີ 1 : ເວົ້າເຖິງພາລະບົດບາດຂອງແມ່ຍິງໃນຂົງເຂດກະສິກຳ
ຫົວຂໍ້ທີ 2 : ເວົ້າເຖິງການເປັນຢູ່ຂອງແມ່ຍິງໃນຂົງເຂດຊົນນະບົດ
ພ້ອມດຽວກັນນັ້ນຍັງໄດ້ຍົກເອົາບັນຫາວິຖີຊີວິດການເປັນຢູ່ຂອງແມ່ຍິງໃນຂົງເຂດຊົນນະບົດທີ່ີຕິດພັນກັບທໍາມະຊາດໂດຍສະເພາະແມ່ນການໃຊ້ຢາປາບສັດຕູພືດເຂົ້າໃນການພະລິດເຊິ່ງມີຜົນກະທົບຕໍ່ຊີວິດ ແລະ ສິ່ງແວດລ້ອມ ແລະ ຍັງໄດ້ຍົກບັນຫາອື່ນໆມາແລກປ່ຽນສົນທະນາກັນ.


Responses

Your email address will not be published. Required fields are marked *

+