ໃນວັນທີ່ 15 ກັນຍາ 2018, ສູນຂໍ້ມູນຂ່າວສານກ່ຽວກັບທີ່ດິນ (LILC) ໄດ້ຈັດງານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນແລະ ຊັບພະຍາກອນທໍາມະຊາດ ຢູ່ທີ່ວິທະຍາໄລເຕັກນິກສັບພະວິຊາ ເວລາ 08:00-16:00, ໃນພິທີເປິດງານໂດຍ Mr. Richard Lee REECE ໃຫ້ກຽດກ່າວເປິດ.
       ເພື່ອເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບຄູ່ຮ່ວມງານ ພາກລັດ – ເອກະຊົນ, ສາມາຄົມ , ອົງການຈັດຕັ້ງສາກົນ ແລະ ບຸກຄົນທົ່ວໄປ, ພາຍໃນງານໄດ້ເປິດເວທີ່ສົນທະນາແລກປ່ຽນ,ຈາກຊາວບ້ານທີ່ມາຈາກຊຽງຂວາງ ແລະ ສະຫັວນນະເຂດ ສົນທະນາກ່ຽວກັບໄວໜຸ່ມກະສິກໍາ ແລະ ການອານຸລັກປ່າໄມ້ຊຸ່ມຊົນ
, ນອກຈາກນັ້ນແລ້ວຍັງມີການສະແດງລະຄອນສັ້ນເທິງເວທີ່ກ່ຍວກັບຫົວຂໍ້ດັ່ງກ່າວ ພ້ອມມີການ ຖາມ -ຕອບ ແລະ ແຈກຢ້າຍຂອງລ້າງວັນ,ຫລັງຈາກນັ້ນໄດ້ພາແຂກເລາະຢ້ຽມຊົມແຕ່ລະບູດທີ່ວາງສະແດງພ້ອມບັນຍາຍຂໍ້ມູນແຕ່ລະບູດ ແລະ ແຈກຢ້າຍເອກະສານຟີຣທີ່ກ່ຽວກັບທີ່ດິນເຊັ່ນ: ໂປຣດເຕີ, ແຜນພັບ, ປື້ມສູນ, ເສື້ອ ,DVD ແລະ ອື່ນໆ.
    ໃນງານແລກປ່ຽນຂໍ້ມູນກ່ຽວກັບທີ່ດິນຄັ້ງນີ້ ຜູ້ເຂົ້າຮ່ວມທັງໜົດ 100- 200 ຄົນ ,ເຫັນໄດ້ວ່າຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈຫລາຍກ່ຽວກັບຂໍ້ມູນດັ່ງກ່າວ, ນອກຈາກນັ້ນຜູ້ເຂົ້າຮ່ວມຍັງຮູ້ກ່ຽວກັບການເຂົ້າເຖິງແຫລ່ງຂໍ້ມູນຕ່າງໆ ,ງານດັ່ງກ່າວໄດ້ສີ້ນສຸດລົງເວລາ 16:00.

Responses

Your email address will not be published. Required fields are marked *

+