Loading...

ໃນວັນ​ສຸກວັນທີ 23 ມີນາ 2018 ເວ​ລາ 8:00 – 12:00 ທາງສູນຂໍ້ມູນມູນຂ່າວສານເພື່ອການຮຽນຮູ້ ແລະ ປ່ຽນກ່ຽວກັບທີ່ດີນ (lILC) ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວ​ກັບທີ່ດີນຢູ່ຄະນະນິຕິສາດ-ລັດຖະສາດ ໂດຍມີອາຈານ​ແຕ່​ລະ​ພາກ​ 4 ທ່ານ ແລະ ນັກສືກສາເຂົ້າຮ່ວມທັງໝົດ 61 ຄົນ ລວມທີມງານສູນ. ຫລັງ​ຈາກນັ້ນ​ ທ່ານ ພູວົງວິໄລແສງ ຮອງຄະນະບໍດີນິຕິສາດ-ລັດຖະສາດໄດ້​ກ່າວ​ພິ​ທິ​ເປີດ​ງານຈາກນັ້​ນ ​ທີມ​ງານLILC ໄດ້​ກ່າວ​ຈຸດ​ປະ​ສົງ​ ,ພາບ​ລວມ​ຂອງ​ສູນ ແລະ ການ​ເຂົ້າ​ເຊິງ​ແຫຼ່ງ​ຂໍ້​ມູນ ນອກ​ຈາກນັ້​ນ​ແລ້ວ ທາງ​ສູນ​ຂໍ້​ມູນ​ໄດ້​ເປີດ​ບູດ​​ວ່າງ​ສະ​ແດງ​ເອ​ກະ​ສານ​ກ່ຽວ​ກັບ​ທີ​ດິນ,​ບົດ​ລາຍ​ງານ,ກໍ​ລະ​ນິ​ສຶກ​ສ​າ,ກົດ​ໝາຍ ແລະ ສື​ສິ່ງ​ພີມ​ຕ່າງໆ ເພຶ່ອ​ແຈກ​ຢາຍ​ໃຫ້​ກັບ​ ອາ​ຈານ ແລະ ນັກ​ສັກ​ສາ ນອກ​ຈາກນັ້​ໍ​ນແລ້ວ​​ທັງ​ທີມ​ງານ​ສູນ ​ໄດ້​ມີ​ການ​ຫລິນ​ເກມ, ການແລກ​ປ່ຽນ​ຄວາມ​ຄິດ​ເຫັນ ແລະ ການ​ຖາມ​​-ຕອບ ເຫັນ​ໄດ້​ວ່ານັກ​ສຶກ​ສາ​ມີ​ຄວາມ ​ເຂົ້າ​ໃນ ແລະ ສົນ​ໃຈ​ຫລາຍ​ໃນ​ການ​ເຜີຍ​ແຜ່​ຄັ້ງ​ນີ້.

Loading...

ໃນຕອນເຊົ້າຂອງວັນທີ 30.1.2018 ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນໄດ້ຈັດ ງານນຳສະເໜີຊຸດເຄື່ອງມືປະກອບການຝຶກອົບຮົມເລື່ອງທີ່ດິນໂດຍການຮ່ວມມືລະຫວ່າງສູນຂ່າວສານເພື່ອ ການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີດິນ ແລະ ໂຄງການ ສົ່ງເສີມການຮຽນຮູ້ກ່ຽວກັບທີດິນເພື່ອເພີ່ມ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງມີຈຸດປະສົງເພື່ອນຳສະເໜີຊຸດເຄື່ອງມືປະກອບການຝຶກອົບ ຮົມເລື່ອງທີ່ດິນ ໃຫ້ແກ່ອົງການຈັດຕັ້ງທາງສັງຄົມ ແລະ ສືບຕໍ່ໃນການພັດທະນາເຄື່ອງມື ແລະ ວິທີການ ໃນການຝຶກອົບຮົມແບບ ການຝຶກອົບຮົມທີ່ມີສີສັນ, ມີຄວາມໝາຍ, ມີຄວາມຫຼາກຫຼາຍ ແລະ ສາມາດ ນຳໃຊ້ໃຫ້ເຂົ້າໃຈໄດ້ງ່າຍໃນຫົວຂໍ້ທີ່ຫຼາຍຄົນຄິດວ່າຍາກ ແລະ ມີຄວາມລະອຽດອ່ອນໂດຍສະເພາະແມ່ນ ເລື່ອງທີ່ດິນ ເຊິ່ງພາຍໃນງານຈະມີການຫຼິ້ນເກມທີ່ເຊື່ອມໂຍງເຖິງບັນຫາຂອງທີ່ດິນ ແລະ ມີການເລາະ ເບິ່ງງານວາງສະແດງຮູບພາບຂອງເກມ ແລະ ວີດີໂອເກມ ທີ່ຊື່ຄວາມໝາຍເຖິງບັນຫາຂອງເລື່ອງທີ່ດິນ ເປັນເຄື່ອງມືໃນການສື່ສານສົນທະນາ ເຊິ່ງໃນງານດັ່ງກ່າວມີຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມ, ອົງການສາກົນແລະ ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ ລວມທັງໝົດ 40 ກວ່າຄົນ.

Loading...

ໃນວັນທີ 19 ທັນວາ, ທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນໄດ້ຈັດງານນໍາ ສະເໜີປະຕິທິນປະຈຳປີຂອງກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນເຊິ່ງໄດ້ແຈກຢາຍໃຫ້ຊາວບ້ານຫຼາຍພັນຄົນໃນ ທົ່ວປະເທດ ເພື່ອເປັນການໃຫ້ຄວາມຮູ້ກ່ຽວກັບສິດທີ່ດິນ ແລະ ບັນຫາທີ່ດິນ. ໃນງານມີຜູ້ເຂົ້າຮ່ວມຈາກ ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ລັດຖະບານ ທັງໝົດຫຼາຍກວ່າ 50 ຄົນ. ສະມາຊິກກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນ ໄດ້ມີການສັ່ງພິມປະຕິທິນຈຳນວນເກືອບ 3,000 ອັນ ເພື່ອ ຈະແຈກຢາຍ ແລະ ຍັງມີການສັ່ງພິມເພີ່ມອີກຕະຫຼອດປີ. ທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ກໍ່ໄດ້ສັ່ງພິມປະຕິທິນຈຳນວນ 100ສະບັບເພື່ອແຈກຢາຍໃຫ້ຄູ່ຮ່ວມງານ ແລະ ກຸ່ມເປົ້າໝາຍຕ່າງໆໃນທົ່ວປະເທດ. ປະຕິທິນຂອງກຸ່ມແລກປ່ຽນຂໍ້ມູນເລືອງທີ່ດິນໄດ້ຜະລິດຂື້ນທຸກໆປິໃນ ໄລຍະ 9 ປີທີ່ຜ່ານມາ ເພື່ອສະໜອງຂໍ້ມູນທາງດ້ານກົດໝາຍແກ່ປະຊາຊົນທີ່ເຂົ້າເຖິງແຫຼ່ງຂໍ້ມູນ ໄດ້ຍາກໃຫ້ມີຄວາມຮູ້ກ່ຽວກັບສິດຂອງພວກເຂົາກ່ຽວກັບທີ່ດິນ. ປະຕິທິນດັ່ງກ່າວ ໄດ້ຮັບການ ພັດທະນາ ແລະແຈກຢາຍ ໂດຍກຸ່ມປະຊາສັງຄົມ ແລະ ອົງການລັດຖະບານຫຼາຍແຫ່ງ ທີ່ເຮັດວຽກ ໃນສປປລາວ ແລະ ໄດ້ສະແດງໃຫ້ເຫັນວ່າເປັນວິທີໃໝ່ທີ່ມີປະໂຫຍດ ແລະ ມີປະສິດທິພາບໃນການ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄວາມຍຸດຕິທຳ ນອກເໜືອຈາກໃນນະຄອນຫຼວງວຽງຈັນ.