Category Archives: Uncategorized

ງານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

ໃນວັນທີ່ 15 ກັນຍາ 2018, ສູນຂໍ້ມູນຂ່າວສານກ່ຽວກັບທີ່ດິນ (LILC) ໄດ້ຈັດງານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນແລະ ຊັບພະຍາກອນທໍາມະຊາດ ຢູ່ທີ່ວິທະຍາໄລເຕັກນິກສັບພະວິຊາ ເວລາ 08:00-16:00, ໃນພິທີເປິດງານໂດຍ Mr. Richard Lee REECE ໃຫ້ກຽດກ່າວເປິດ.        ເພື່ອເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບຄູ່ຮ່ວມງານ ພາກລັດ – ເອກະຊົນ, ສາມາຄົມ , ອົງການຈັດຕັ້ງສາກົນ ແລະ ບຸກຄົນທົ່ວໄປ, ພາຍໃນງານໄດ້ເປິດເວທີ່ສົນທະນາແລກປ່ຽນ,ຈາກຊາວບ້ານທີ່ມາຈາກຊຽງຂວາງ ແລະ ສະຫັວນນະເຂດ ສົນທະນາກ່ຽວກັບໄວໜຸ່ມກະສິກໍາ ແລະ ການອານຸລັກປ່າໄມ້ຊຸ່ມຊົນ , ນອກຈາກນັ້ນແລ້ວຍັງມີການສະແດງລະຄອນສັ້ນເທິງເວທີ່ກ່ຍວກັບຫົວຂໍ້ດັ່ງກ່າວ ພ້ອມມີການ ຖາມ -ຕອບ ແລະ ແຈກຢ້າຍຂອງລ້າງວັນ,ຫລັງຈາກນັ້ນໄດ້ພາແຂກເລາະຢ້ຽມຊົມແຕ່ລະບູດທີ່ວາງສະແດງພ້ອມບັນຍາຍຂໍ້ມູນແຕ່ລະບູດ ແລະ ແຈກຢ້າຍເອກະສານຟີຣທີ່ກ່ຽວກັບທີ່ດິນເຊັ່ນ: ໂປຣດເຕີ, ແຜນພັບ, ປື້ມສູນ, ເສື້ອ ,DVD ແລະ ອື່ນໆ.     ໃນງານແລກປ່ຽນຂໍ້ມູນກ່ຽວກັບທີ່ດິນຄັ້ງນີ້…

ງານແລກປ່ຽນກ່ຽວກັບບົດບາດແມ່ຍິງໃນຂົງເຂດກະສິກຳ

ໃນວັນອັງຄານທີ 28 ສິງຫາ 2018 ທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ໄດ້ຈັດກິດຈະກຳຂື້ນພາຍໃນສູນ, ພາຍໃຕ້ຫົວຂໍ້ ງານແລກປ່ຽນກ່ຽວກັບບົດບາດແມ່ຍິງໃນຂົງເຂດກະສິກຳທີ່ອົງການບ້ານຈຸດສຸມສາກົນ(VFI) ເຊິ່ງຈັດໂດຍສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ທີ່ບ້ານໂພນສະຫວັນໃຕ້,ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ໄດ້ເຊີນວິທະຍາກອນມາເຂົ້າຮ່ວມບັນຍາຍ 2 ທ່ານ ຄື: ທ່ານ ນາງ ສີສົມເພັດ ສຸວັນທະລິສິດ ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ລັກກຸນາ ສີສະເຫຼີມສັກ ຕາງໜ້າ HELVETAS LAOS ເປັນຜູ້ບັນຍາຍໃນຫົວຂໍ້ ງານແລກປ່ຽນກ່ຽວກັບບົດບາດແມ່ຍິງໃນຂົງເຂດກະສິກຳ.ໃນງານຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 47 ຄົນ,ຍິງ 35 ຄົນມາຈາກຫລາຍພາກສ່ວນເຊັ່ນ: ອົງການຈັດຕັ້ງທາງສັງຄົມ,ພາກລັດ,ສະຖາບັນການສືກສາ ແລະ ບຸກຄົນທົ່ວໄປເຂົ້າຮວ່ມສົນທະນາແລະແລກປ່ຽນກັນແບບກົງໄປກົງມາໂດຍຍົກເອົາ2ຫົວຂໍ້ຫຼັກຂື້ນມາແລກປ່ຽນສົນທະນາກັນຄື: ຫົວຂໍ້ທີ 1 : ເວົ້າເຖິງພາລະບົດບາດຂອງແມ່ຍິງໃນຂົງເຂດກະສິກຳ ຫົວຂໍ້ທີ 2 : ເວົ້າເຖິງການເປັນຢູ່ຂອງແມ່ຍິງໃນຂົງເຂດຊົນນະບົດ ພ້ອມດຽວກັນນັ້ນຍັງໄດ້ຍົກເອົາບັນຫາວິຖີຊີວິດການເປັນຢູ່ຂອງແມ່ຍິງໃນຂົງເຂດຊົນນະບົດທີ່ີຕິດພັນກັບທໍາມະຊາດໂດຍສະເພາະແມ່ນການໃຊ້ຢາປາບສັດຕູພືດເຂົ້າໃນການພະລິດເຊິ່ງມີຜົນກະທົບຕໍ່ຊີວິດ…

ງານກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ

ໃນວັນຈັນທີ 23 ກໍລະກົດ 2018 ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ໄດ້ຈັດກິດຈະກຳຂື້ນພາຍໃນສູນ, ພາຍໃຕ້ຫົວຂໍ້ ງານກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິການຈັດການຊັບພະຍາກອນທຳມະຊາດ. ທີ່ອົງການບ້ານຈຸດສຸມສາກົນ(VFI), ບ້ານໂພນສະຫວັນໃຕ້,ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມທັງໝົດ 59 ຄົນ,ຍິງ 26 ຄົນ, ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ:ຕາງໜ້າ ອ.ຈ ສູນພັດທະນາຊົນນະບົດ(RDA) ແລະ ນັກຮຽນທີ່ມາຈາກຕ່າງແຂວງ,MIND MIDIA, ອົງການຈັດຕັ້ງທາງສັງຄົມINGOS, SEED,ພາກລັດ,ກົມທີ່ດິນ,ກົມປ່າໄມ້ຕ່າງໆ, ນອກຈາກນີ້ຍັງມີນ້ອງໆນັກຮຽນນັກສືກສາຈາກຫຼາຍພາກສ່ວນເຂົ້າຮ່ວມ. ຈຸດປະສົງດັ່ງກ່າວເພື່ອແລກປ່ຽນວິທີຄິດການເປັນຜູ້ນຳ ແລະ ການອະນຸຮັກສາສິ່ງແວດລ້ອມ,ໂຄສະນາສູນໃຫ້ກາຍເປັນສູນທີ່ປອດໄພ ແລະ ເປີດໂອກາດໃຫ້ນັກສືກສາເຂົ້າເຖີງ ແລະ ນໍາໃຊ້ສູນເພື່ອຂະຫຍາຍກຸ່ມສະມາຊິກ ແລະ ອາສາສະໝັກຂອງສູນ,ແລກປ່ຽນຜົນປະໂຫຍດຂອງການເປັນອາສາສະໝັກຕໍ່ນັກຮຽນນັກສືກສາທີ່ມາຈາກຕ່າງແຂວງ. ໂດຍລວມແລ້ວກິດຈະກຳດັ່ງກ່າວໄດ້ມີການຈັດແບ່ງກຸ່ມອອກເປັນ3ກຸ່ມເພື່ອເປັນການແລກປ່ຽນບົດຮຽນເຊີ່ງກັນແລະກັນໃນການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ກິດຈະກຳນີ້ເປັນອີກກິດຈະກຳໜື່ງທີ່ທາງສູນ LILC ຈັດຂື້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມທີ່ມາຈາກຫຼາຍພາກສ່ວນໂດຍສະເພາະແມ່ນນັກຮຽນນັກສືກສາໄດ້ແລກປ່ຽນຄວາມຄິດເຫັນເພື່ອຮຽນຮູ້ເຊີ່ງກັນແລະກັນກ່ຽວກັບການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນອກຈາກນີ້ຍັງໄດ້ເພີ່ມທັກສະຄວາມຮູ້ຄວາມສາມາດໃຫ້ກັບຕົນເອງ, ຜູ້ເຂົ້າຮ່ວມແລະຍັງໄດ້ຊວ່ຍເຫຼືອສັງຄົມອີກດ້ວຍ.

ງານກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມການປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິຫານຈັດການຊັບພະຍາກອນທຳມະຊາດ

ໃນວັນຈັນທີ 23 ກໍລະກົດ 2018 ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ(LILC)ໄດ້ຈັດກິດຈະກຳຂື້ນ ພາຍໃນສູນ, ພາຍໃຕ້ຫົວຂໍ້ ງານກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນການປົກປັກຮັກສາສິ່ງແວດລ້ອມແລະການບໍລິການຈັດການ ຊັບພະຍາກອນທຳມະຊາດ.ທີ່ອົງການບ້ານຈຸດສຸມສາກົນ(VFI),ບ້ານໂພນສະຫວັນໃຕ້,ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມທັງໝົດ 59 ຄົນ,ຍິງ 26 ຄົນ,ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ:ຕາງໜ້າ ອ.ຈ ສູນພັດທະນາຊົນນະບົດ(RDA) ແລະ ນັກຮຽນທີ່ມາຈາກຕ່າງແຂວງ,MIND MEDIA, ອົງການຈັດຕັ້ງທາງສັງຄົມ INGOS, SEED,ພາກລັດ,ກົມທີ່ດິນ,ກົມປ່າໄມ້ຕ່າງໆ, ນອກຈາກນີ້ຍັງມີນ້ອງໆນັກຮຽນສືກສາຈາກຫຼາຍພາກສ່ວນເຂົ້າຮ່ວມ. ຈຸດປະສົງດັ່ງກ່າວເພື່ອແລກປ່ຽນວິທີຄິດການເປັນຜູ້ນຳ ແລະ ການອານຸຮັກສິ່ງແວດລ້ອມ,ໂຄສະນາສູນໃຫ້ກາຍເປັນສູນທີ່ປອດໄພ ແລະ ເປີດໂອກາດໃຫ້ນັກສືກສາເຂົ້າເຖີງ ແລະ ນໍາໃຊ້ສູນເພື່ອຂະຫຍາຍກຸ່ມສະມາຊິກ ແລະ ອາສາສະໝັກຂອງສູນ,ແລກປ່ຽນຜົນປະໂຫຍດແລະວິທີແນວຄວາມຄິດຂອງການເປັນອາສາສະໝັກຕໍ່ນັກຮຽນນັກສືກສາທີ່ມາຈາກຕ່າງແຂວງ. ໂດຍລວມແລ້ວເຊີ່ງກິດຈະກຳດັ່ງກ່າວໄດ້ມີການຈັດແບ່ງກຸ່ມອອກເປັນ3ກຸ່ມເພື່ອເປັນການແລກປ່ຽນບົດຮຽນເຊີ່ງກັນແລະກັນໃນການອານຸລັກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.ກິດຈະກຳນີ້ເປັນອິກກິດຈະກຳໜື່ງທີ່ທາງສູນ LILC ຈັດຂື້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມທີ່ມາຈາກຫຼາຍ ພາກສ່ວນໂດຍສະເພາະແມ່ນນັກຮຽນນັກສືກສາໄດ້ແລກປ່ຽນຄວາມຄິດເຫັນເພື່ອຮຽນຮູ້ເຊີ່ງກັນແລະກັນກ່ຽວກັບການອານຸລັກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມນອກຈາກນີ້ຍັງໄດ້ເພີ່ມທັກສະຄວາມຮູ້ຄວາມສາມາດໃຫ້ກັຕົນເອງ.ຜູ້ເຂົ້າຮ່ວມແລະຍັງໄດ້ຊວ່ຍເຫຼືອສັງຄົມອິກດ້ວຍ.

ກິດຈະກຳການແລກປ່ຽນປະສົບການໃນການເປັນອາສາສະໝັກ

ໃນວັນສຸກທີ 25 ພຶດສະພາ 2018 ທີ່ຜ່ານມາທາງສູນຮຽນຮູ້ກ່ຽວກັບທີ່ດິນ (LILC) ໄດ້ຈັດກິດຈະກຳຂື້ນພາຍໃນສູນທີ່ອົງການບ້ານຈຸດສຸມສາກົນ, ບ້ານໂພນສະຫວັນໃຕ້, ນະຄອນຫຼວງວຽງຈັນ.ມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ,ຍິງ 20 ຄົນ, ເຊິ່ງມາຈາກຫຼາຍພາກສ່ວນ ເຊັ່ນ:ຕາງໜ້າອຈ ແລະ ນັກຮຽນ ຂອງຄະນະວິທະຍາສາດສິ່ງເເວດລ້ອມ, ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດປ່າໄມ້, ຄະນະນິຕິສາດ ແລະ ລັດຖະສາດ, ວິທະຍາໄລເຕັກນິກສັບພະວິຊາ, ອົງການຈັດຕັ້ງທາງສັງຄົມ, INGOs ຕ່າງໆ ແລະ ຍັງມີນ້ອງໆນັກຮຽນນັກສຶກສາຈາກຫຼາຍພາກສ່ວນເຂົ້າຮ່ວມນຳ,ນອກຈາກນີ້ຍັງແຂກຮັບເຊີນອິກ3ທ່ານເຂົ້າຮ່ວມແຊຮປະສົບການຄື: 1. ທ່ານ ອູອີ້ ກິດຕິຄຸນ(Team Leader ຢູ່ອົງການ CUSO Internationa), 2. ທ່ານ ນາງ ນຸດມີລາພົມວົງໄຊ(ເປັນຜູ້ຊ່ວຍຈັດການພື້ນທີ່ໃນຫ້ອງການ Stella), 3. ທ່ານ ນາງ ພະນິດາ ໄຊຍະວົງ(ແອດມີນ ເພຈ ຢາກເເຕ້ມ ແລະ ຢາກເວົ້າ) ຈຸດປະສົງດັ່ງກ່າວເພື່ອເເລກປ່ຽນຜົນປະໂຫຍດຂອງການເປັນອາສາສະໝັກຕໍ່ນັກຮຽນນັກສຶກສາ, ເພື່ອໂຄສະນາສູນໃຫ້ກາຍເປັນສູນທີ່ປອດໄພ,ເປີດໂອກາດໃຫ້ນັກສຶກສາເຂົ້າເຖິງ ແລະ ນໍາໃຊ້ສູນເພື່ອຂະຫຍາຍກຸ່ມສະມາຊິກ…

ງານເປິດບູດວາງສະແດງເອກະສານກ່ຽວກັບທີ່່ດິນ

ໃນວັນທີ່ 4-5-6/6/2018 ທີ່ຜ່ານມາທາງສູນຮຽນຮູ້ກ່ຽວກັບທີ່ດິນ(LILC)ໄດ້ຮ່ວມງານກັບໂຄງການ DDLLY ລົງໂຄສະນາປື້ມອ່ານເສີມກ່ຽວກັບກົດໝາຍ, ໃນນັ້ນທາງສູນຂໍ້ມູນໄດ້ລົງເປີດບູດເອກະສານກ່ຽວກັບທີ່ດິນ,ກົດໝາຍ,ປ່າໄມ້ ແລະ ສິ່ງແວດລ້ອມ ຢູ່ 4 ໂຮງຮຽນຄື: ມສ ນາຂ່າ, ມສ ປາກຕອນ, ມສ ສີມມະໂນ ແລະ ມສ ນາຊອນ, ຜູ້ເຂົ້າຮ່ວມທັງໝົດ 595 ຄົນ,ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ:ຕາງໜ້າຄູອາຈານ ແລະ ນັກຮຽນ. ນອກຈາກນັ້ນຍັງມີຜູ້ໃຫ້ທຶນ MRLG ມາຮ່ວມງານ ແລະ ຄູ່ຮ່ວມງານແຕ່ລະພາກສ່ວນເຂົ້າຮ່ວມເຊັ່ນ: LIWG , ກົມກົດໝາຍ,ກົມສົ່ງເສີມກົມຄຸ້ມ ຄອງ ແລະ ພັດທະນາທີ່ດິນກະສິກຳ,ກົມທີດິນ,ກົມສາມັນສືກສາ, ສະມາຄົມພັດທະນາສັງຄົມ,ສະມາຄົມພັດທະນາຊຸມຊົນສີຂຽວ,ເພື່ອເຜີຍແຜ່ປື້ມອ່ານເສີມກ່ຽວກັບທີ່ດິນ ແລະ ພາບລວມຂອງສູນ, ໃຫ້ແກ່ຄູອາຈານ ແລະ ນັກຮຽນ ໃຫ້ເຂົ້າໃນການເຂົ້າເຖິງຂໍ້ມູນ ແລະ ຂັ້ນຕອນແກ້ໄຂບັນທີ່ສໍາຄັນແມ່ນເຂົ້າໃຈກົດໜາຍຫຼາຍຂື້ນ,ຫຼັງຈາກນັ້ນທາງທີມງານສູນ ແລະ ທີມງານ DDLLY ໄດ້ມີການມອບຂອງຂ້ວນໃຫ້ແກ່ອາຈານ ແລະ ແຈກຢາຍເອກະສານໃຫ້ຜູ່ເຂົ້າຮ່ວມ, ຈາກນັ້ນທາງທີມງານໄດ້ມີການຫຼີ້ນເກມ ມີການຖາມ-ຕອບ ເຫັນໄດ້ວ່າບັນດາແຂກເຂົ້າຮ່ວມໃຫ້ຄວາມສົນໃຈຫຼາຍໃນການລົງເຜີຍແຜ່ຄັ້ງນີ້.  

ງານເປີດສູນຂ່າວສານເພື່ອການຮຽນຮູ້ ແລະແລກປ່ຽນກ່ຽວກັບທີ່ດີນ

ງານເປີດສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດີນ ໃນວັນທີ 4 ພຶດສະພາ 2018 ສູນຂໍ້ມູນຂ່າວສານເປັນໂຄງການໜື່ງທີ່ນອນໃນພາຍໃຕ້ອົງການບ້ານຈຸດສຸມສາກົນ VFI ທີ່ສະໜອງ ຂໍ້ມູນຂ່າວສານດ້ານທີ່ດີນ ແລະ ເປັນຫໍສະໜຸດທີ່ຮວບຮວມເອົາຂໍ້ມູນເອກະສານທີ່ກ່ຽວກັບທີ່ດີນ, ປ່າໄມ້,ກົດໝາຍ,ນິຕິກຳ ,ນະໂຍບາຍ ແລະ ອຸປະກອນສືສີງພີມຕ່າງໆ, ເປິດເວທີ່ສົນທະນາແລກປ່ຽນ ຄວາມຮູ້ດ້ານທີ່ດີນ ແລະ ຊັບພະຍາກອນທຳມະຊາດ ລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ ຄູ່ຮ່ວມພັດທະນາ ພາກລັດ, ນັກສືກສາ,ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆ, ເພື່ອໃຫ້ສາມາດ ເຂົ້າເຖີງຂໍ້ມູນເປັນການສົ່ງເສີມການມີສ່ວນຮ່ວມ, ພ້ອມທັງອຳນວຍຄວາມສະດວກທາງດ້ານພື້ນທີ່ ເປັນສູນຮຽນຮູ້ລະບົບຂໍ້ມູນຂ່າວສານອອນລາຍ ທັງພາສາລາວ ແລະ ພາສາອັງກິດ,  ພິທີເປີດສູນດັ່ງກ່າວໄດ້ຈັດຂື້ນ ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ບ້ານໂພນສະຫວັນໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໄດ້ປິດພິທິ ເວລາ 12:00 

ກິດຈະກຳລົງໂຄສະນາເຜີຍແຜ່ການເຂົ້າເຖີງຂໍ້ມູນທາງດ້ານທີ່ດີນ ທີ່ຄະນະກະເສດສາດສາດ

ໃນວັນອັງຄານ ວັນທີ 24 ເມສາ 2018 ເວລາ 13:30-16:30 ສູນຂໍ້ມູນມູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດີນ LILC ໄດ້ລົງໂຄສານາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບທີດິນ ຢູ່ຄະນະກະເສດສາດ ມີຜູ້ເຂົ້າຮ່ວມທັງໝົດ 203 ຄົນ ມີນັກສຶກສາ ແລະ ຄູອາຈານເຂົ້າຮ່ວມຈໍານວນໜຶ່ງ. ໂດຍແມ່ນ ທ່ານ ຮສ ອາຈານອີນທອງ ສົມພູຫົວໜ້າພາກວິຊາປູກຝັງກ່າວເປີດຢ່າງເປັນທາງການເຊີ່ງໄດ້ເວົ້າ ເຖີງການນຳໃຊ້ທີ່ດີນ.ໂດຍລວມຈຸດປະສົງຂອງການລົງເຜີຍແຜ່ຂໍ້ມູນແມ່ນເພື່ອຂະຫຍາຍຕາໜ່າງການເຂົ້າ ເຖີງຂໍ້ມູນຂ່າວສານເພື່ອຢາກໃຫ້ບັນດານ້ອງໆນັກສຶກສາໄດ້ຮັບຮູ້ເຖິງຂໍ້ມູນ ແລະ ສາມາດເຂົ້າມາສຶກສາຂໍ້ມູນ ຕ່າງໆໃນສູນຂອງພວກເຮົາໄດ້ ທີ່ສັງລວມຂໍ້ມູນທີ່ກ່ຽວທາງດ້ານທີ່ດິນ, ປ່າໄມ້, ກົດໝາຍ, ນິຕິກຳ ແລະ ນະໂຍບາຍຕ່າງໆ ແລະ ຍັງສາມາດເຂົ້າຖານຂໍ້ມູນທາງລະບົບ (Online) ນັກສຶກສາໃຫ້ຄວາມສົນໃຈ ແລະ ກະຕຶລືລົ້ນ ໃນການຮຽນຮູ້ຊ່ອງທາງຫາຂໍ້ມູນຈາກນັ້ນທີມງານສູນໄດ້ມີການຫຼີ້ນເກມ ແລະ ແລກປ່ຽນບົດຮຽນຖາມ- ຕອບ ພ້ອມແຈກຢາຍຂອງລ້າງວັນ ແລະ ເອກະສານຟີຣ

ກິດຈະກຳລົງໂຄສະນາເຜີຍແຜ່ການເຂົ້າເຖີງຂໍ້ມູນທາງດ້ານທີ່ດີນ ທີ່ມະຫາວິທະຍາໄລແຫ່ງຊາດ

ໃນວັນທີ 5 ເມສາ 2018 ເວລາ 8:00-12:00 ສູນຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດີນ ໄດ້ຈັດກິດຈະກຳລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວກ່ຽວກັບທີດິນທີ່ມະຫາວິທະຍາໄລແຫ່ງຊາດລວມມີ 3 ຄະນະຄື: ຄະນະວິທະຍາສາດສັງຄົມ,ຄະນະສິ່ງແວດລ້ອມ ແລະ ຄະນະວິທະຍາສາດປ່າໄມ້ ໃນນັ້ນມີຜູ້ເຂົ້າຮ່ວມທັງໝົດ 160 ຄົນ ລວມທັງອາຈານ ແຕ່ລະຄະນະ ແລະ ນັກສືກສາ. ການລົງເຜີຍແຜ່ຂໍ້ມູນໃນຄັ້ງນີ້ເພື່ອຂະຫຍາຍຕາໜ່າງການເຂົ້າເຖີງຂໍ້ມູນຂ່າວສານທາງດ້ານທີ່ດີນ,ປ່າໄມ້,ກົດໝາຍ,ນິຕິກຳ ບົດວິໃຈ ແລະ ນະໂຍບາຍຕ່າງໆ  ຜ່ານຖານຂໍ້ມູນລະບົບ(Online) ນອກຈາກນັ້ນແລ້ວທາງສູນຍັງມີກິດຈະກໍາຫຼີ້ນເກນ, ການຖາມ-ຕອບ ແລະ  ແລກປ່ຽນຄວາມຄິດເຫັນ ພ້ອມມອບຂອງຂ້ວນໃຫ້ ອາຈານ, ນັກສຶກສາ ແລະ ແຈກຢາຍເອກະສານ, ໃນການເຜີຍແຜ່ຂໍ້ມູນຄັ້ງນີ້ເຫັນໄດ້ວ່າ ນັກສຶກສາມີຄວາມກະຕືລືລົ້ນ ແລະ ເຂົ້າໃຈໃນການເຂົ້າເຖິງຂໍມູນຫຼາຍຂື້ນ, 

ກິດຈະກຳລົງໂຄສະນາເຜີຍແຜ່ການເຂົ້າເຖີງຂໍ້ມູນທາງດ້ານທີ່ດີນ ທີ່ວິທະຍາໄລເຕັກນິກສັບພະວິຊາ

ໃນວັນສຸກວັນທີ 30 ມີນາ ເວລາ 8:00-12:00 ທາງສູນຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນ ກ່ຽວກັບທີ່ດີນ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບທີດິນຢູ່ວິທະຍາໄລເຕັກນິກຊັບພະວິຊາໃນນັ້ນ ມີຜູ້ເຂົ້າຮ່ວມ ທັງໝົດ 80 ຄົນມີນັກສືກສາ ແລະ ຄູອາຈານແຕ່ລະພາກເຂົ້າຮ່ວມ.ໃນການລົງເຜີຍແຜ່ ຂໍ້ມູນຄັ້ງນີ້ເພື່ອຂະຫຍາຍຕາໜ່າງການເຂົ້າເຖີງຂໍ້ມູນຂ່າວສານຕາມສະຖາບັນການສືກສາທີ່ກ່ຽວຂ້ອງ ເພື່ອຢາກໃຫ້ບັນດານ້ອງໆນັກສືກສາໄດ້ຮັບຮູ້ເຖີງຂໍ້ມູນ ແລະ ສາມາດເຂົ້າມາສືກສາ ຂໍ້ມູນຕ່າງໆໃນສູນ ຂອງພວກເຮົາໄດ້. ນອກຈາກນັ້ນແລ້ວຍັງມີບູດເອກະສານ ທີ່ເປັນຂໍ້ມູນທາງດ້ານທີ່ດີນ,ປ່າໄມ້,ກົດໝາຍ,ນິຕິກຳ ແລະ ນະໂຍບາຍຕ່າງໆເພື່ອແຈກຍ້າຍໃຫ້ກັັບນັກສຶກສາ.ພາຍໃນຫຍັງມີກິດຈະກຳໄດ້ມີ ການນຳ ສະເໜີພາບລວມຂອງສູນ ແລະ ເຜີຍແຜ່ກ່ຽວກັບການເຂົ້າເຖີງແຫຼລງຂໍ້ມູນ ເພື່ອໃຫ້ນັກຮຽນ ສາມາດເຂົ້າມານຳໃຊ້ໂດຍສະເພາະແມ່ນການ ເຂົ້າເຖີງຂໍ້ມູນຂ່າວສານຜ່ານລະບົບ(Online) ແລະ ຫ້ອງສະໝຸດຂອງສູນ, ຈາກນັ້ນທາງທີມງານສູນໄດ້ມີ ການຫລີ້ນເກມທີ່ເຊື່ອມໂຍງກັບບັນຫາຂອງ ທີ່ດີນ,ມີການຖາມ-ຕອບ ແລກປ່ຽນບົດຮຽນ ເຫັນໄດ້ວ່ານັກສຶກສາມີຄວາມເຂົ້າໃຈ ແລະ ເຂົ້າເຖິງ ຂໍ້ມູນຫຼາຍຂື້ນ